ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ
ຈັດ​ຕັ້ງ​ສັກ​ຢາ​ວັກ​ແຊັງ ເຂັມກະຕຸ້ນ ປ້ອງ​ກັນ​ພະຍາດ ໂຄ​ວິດ-19

     ວັນ​ທີ 2 ພຶດສະພາ 2024, ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ໄດ້​ຈັດ​ຕັ້ງ​ສັກ​ຢາ​ວັກ​ແຊັງປ້ອງ​ກັນ​ພະຍາດ ໂຄ​ວິດ-19 ຝາ​ສີ​ເທົາ,
ເຂັມ​ພື້ນຖານ ແລະ ເຂັມ​ກະ​ຕຸ້ນ ສຳລັບ​ກຸ່ມ​ເປົ້າ​ໝາຍ 12 ປີ ຂຶ້ນ​ໄປ, ໂດຍ​ມີ ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ
​ກອງ
ທັບ, ພະນັກງານ​ວິຊາ​ການ ຈາກ​ສະ​ຖາ​ບັນ​ອະນາໄມກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ, ພະນັກງານ-ນັກຮົບ ແລະ ນັກຮຽນ
ເຂົ້າຮ່ວມ.

     ການ​ສັກ​ຢາ​ວັກ​ຊີນ​ປ້ອງ​ກັນ​ພະຍາດ ໂຄ​ວິດ-19 ໃນ​ຄັ້ງ​ນີ້ ອີງ​ຕາມ​ໜັງສື​ແນະນຳ​ການ​ໃຊ້​ວັກ​ແຊັງ ໂຄ​ວິດ-19 ຝາ​ສີ​ເທົາ ຂອງ​ສູນ​ສຸຂະ
ພາບ​ແມ່ ແລະ ເດັກກົມ​ອະ​ນະ​ໄມ ແລະ ສົ່ງເສີມ​ສຸຂະພາບ ກະຊວງ​ສາທາລະນະ​ສຸກ, ອີງ​ຕາມ​ແຜນການເຄື່ອນໄຫວ​ສັກ​ຢາ​ກັນ​ພະຍາດ ໂຄ
ວິດ-19, ໄຂ້​ຫວັດ​ຕາມ​ລະດູ​ການ ປະຈຳ​ປີ 2024, ຄະນະພັກ-ຄະນະບັນຊາອຳນວຍການໂຮງຮຽນ ຈຶ່ງໄດ້ຈັດຕັ້ງປະຕິບັດຕາມ ໜັງສືແຈ້ງ
ການ. ທັງນີີ້, ເພື່ອ​ເຮັດ​ໃຫ້ ພະນັກງານນັກຮົບ ແລະ ນັກຮຽນ​​-ທົ່ວໂຮງຮຽນໄດ້ຮັບ ວັກ ແຊັງຢ່າງທົ່ວເຖິງ ແລະ ເປັນຄະບວນການຟົດຟື້ນ.

ແຫຼ່ງທີ່ມາ: ໂອລິນ ມິ່ງມີໄຊ
ວັນທີ 09/05/2024